ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສສ ຫວຽດນາມ ສ້າງຕັ້ງ​ກົມ​ຕຳຫຼວດ​ຮັກສາ​ສັນຕິພາບ ຄັ້ງ​ທຳ​ອິດ

     ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ລາຍ​ງານ​ວັນ​ທີ 11 ມັງກອນ 2024 ນີ້​ວ່າ: ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ ຫວຽດນາມ ໄດ້​ມີ​
ພິທີ​ປະກາດຂໍ້ຕົກລົງສ້າງຕັ້ງ ແລະ ເປີດ​ໂຕ​ກົມ​ຕຳຫຼວດຮັກ ສາ​ສັນຕິພາບເລກ 1. ເຊິ່ງ​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ​ສສ ຫວຽດນາມ ສ້າງຕັ້ງ​ກົມ ​ດັ່ງກ່າວ​
ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ສະຫະ​ປະຊາ​ຊາດ, ບັນດາ​ປະເທດ​ຄູ່​ຮ່ວມ​ມື​ຮັກສາ​ສັນຕິພາບ, ບັນດາ​ອົງ​ການຈັດຕັ້ງ​ສາກົນ​ກະຊວງ​ຕຳຫຼວດ
ຫວຽດນາມ ໄດ້​ຈັດການ​ເຝິກ​ອົບຮົມ, ບຳລຸງກໍ່​ສ້າງ, ເຝິກ​ຊ້ອມ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ໃຫ້​ນາຍ​ຕຳຫຼວດ​ປະຊາຊົນ​ຫຼາຍ​ກວ່າ 70 ເທື່ອ​ຄົນ
ເພື່ອ​ກະກຽມ​ເຂົ້າ​ຮ່ວມ​ການເຄື່ອນໄຫວຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ.

     ທ່ານ ເລືອງ ​ຕາມ​ ກວາງ ຮອງ​ລັດຖະມົນຕີ ກະຊວງ​ ຕຳຫຼວດ​ ຫວຽດນາມ ກ່າວ​ມີ​ຄຳ​ເຫັນ​ໃນ​ພິທີ ໂດຍ​ໄດ້​ເນັ້ນ​ໜັກ​ວ່າ: “ຂໍ້​ຕົກລົງ​ສ້າງ​ກົມ​
ຕຳຫຼວດ ຮັກສາ​ສັນຕິພາບ​ເລກ 1 ຂອງ​ກະຊວງ​ຕຳຫຼວດ ຫວຽດນາມ ໄດ້​ສະແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ພັກ, ລັດ, ກະຊວງ​ຕຳຫຼວດ​ ຫວຽດ
ນາມ ທີ່​ໝັ້ນຄົງ, ສືບຕໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ມີ​ຄວາມ​ຮັບຜິດຊອບໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຢູ່​ພາກ​ພື້ນ ແລະ ສາກົນ.
ນີ້​ແມ່ນ​ບາດກ້າວ​ໃໝ່, ພາຍຫຼັງ​ໄດ້​ຮັບ​ຜົນສຳເລັດ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຈັດ​ສົ່ງ​ໜ່ວຍ​ປະຕິບັດ​ງານ​ທຳ​ອິດ, ເພື່ອ​ປະ​ກອບ​​ສ່ວນ​ໜ້າທີ່​ຄວາມ​ຮັບ
ຜິດຊອບ​ໃຫ້​ຫຼາຍ​ກວ່າ​ເກົ່າ ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ສາກົນ, ພາກ​ພື້ນ, ປົກ​ປ້ອງ​ບັນດາ​ຫຼັກການພື້ນຖານ​ຂອງ​ສະຫະ​ປະຊາຊາດ”.
ຈາກ​ນັ້ນ ທ່ານ ຟາຍ​ໂຊລ ຊາ​ເກີ ( Faisal Shahkar), ຜູ້​ບັນຊາ​ການ​ຕຳຫຼວດ​ສະຫະ​ປະຊາ​ຊາດ ທີ່​ຮັບຜິດຊອບ​ກ່ຽວ​ກັບ​ວຽກ​ງານ​ການ​ຮ່ວມ
​ມື​ໃນ​ຂົງເຂດ​ຮັກສາສັນຕິພາບ ໄດ້​ຢືນຢັນ​ວ່າ: ເລື່ອງ​ສ້າງຕັ້ງ​ກົມ​ຕຳຫຼວດ​ຮັກສາ​ສັນຕິພາບ ແມ່ນ​ສິ່ງ​ພິສູດ​ໃຫ້​ເຫັນ​ບົດບາດ ແລະ ການ​ປະກອບສ່ວນ
ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ​ສສ ຫວຽດນາມ ຕໍ່​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ແລະ ສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/01/2024